ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ສະຫຼຸບວຽກງານປ້ອງກັນພາຍໃນ ປະຈໍາປີ 2023

     ວັນທີ 07 ກຸມພາ 2024 ນີ້, ກົມໃຫຍ່ເສນາທິການກອງທັບ ສະຫຼຸບວຽກງານປ້ອງກັນພາຍໃນ ປະຈໍາປີ 2023 ແລະ ທິດທາງແຜນການ
ປະຈໍາປີ 2024, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ກໍາມະການຄະນະພັກກະຊວງປ້ອງກັນປະທດ
ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບ, ມີຜູ້ຕາງໜ້າບັນດາກົມ, ຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາ ກົມກອງຮາກຖານ
ທີ່ຂຶ້ນກັບກົມໃຫຍ່ເສນາທິການ ເຂົ້າຮ່ວມ
.

     ສະຫາຍ ພັນເອກ ຈັນທາ ບຸນນະວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການ ໄດ້ຜ່ານບົດສະຫຼຸບວຽກງານປ້ອງກັນພາຍໃນ ປະຈໍາ
ປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024, ຕະຫຼອດໄລຍະ 1 ປີ ຜ່ານມາຄະນະນໍາກົມໃຫຍ່ເສນາທິການ ໄດ້ຊີ້ນໍາຫ້ອງການເມືອງ
ກໍຄື: ພະແນກປ້ອງ ກັນພາຍໃນ ແລະ ຄະນະພັກ-ຄະນະບັນຊາ ກົມກອງຮາກຖານກໍາແໜ້ນສະພາບການເມືອງພາຍໃນກໍາ ໄດ້ເຫດການ, ປະ
ກົດການຂອງພະນັກງານ-ນັກຮົບດ້ານດີ-ດ້ານຫຍໍ້ທໍ້ ຕອບຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຢູ່ພາຍໃນ, ເຊິ່ງສາມາດສັງເກດຕີລາຄາແບ່ງ
ປະເພດ ດ້ານຄຸນທາດການເມືອງ ຂອງນາຍ ແລະ ພົນທະຫານ, ປະເພດ I ປະເພດປອດໃສດ້ານການເມືອງ ມີຈໍານວນ 6.977 ກວ່າສະຫາຍ
ເທົ່າກັບ 99,14 %, ປະເພດ II ສັບສົນດ້ານການເມືອງ, ເສດຖະກິດ, ວັດທະນະທໍາສັງຄົມບໍ່ຈະແຈ້ງ ຈໍານວນ 60 ກວ່າສະຫາຍ ເທົ່າກັບ
0,85 %, ໃນນັ້ນຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ນາຍ ແລະ ພົນທະຫານ ໄດ້
ເຊຶ່ອມຊຶມເອົາບັນດາມະຕິ, ຄໍາສັ່ງ, ຂໍ້ກໍານົດກົດລະບຽບແນວທາງຂອງພັກ-ລັດ ພ້ອມກັນຍົກສູງສະຕິລະວັງຕົວ ຊອກຫາວິທີການ ຕອບຕ້ານ
ທຸກກົນອຸບາຍມ້າງເພທໍາລາຍຂອງສັດຕູ, ໂດຍສະເພາະພະແນກປ້ອງກັນພາຍໃນ ໄດ້ເອົາໃຈ ໃສ່ຄົ້ນຄວ້າກວດກາພະນັກງານ-ນັກຮົບ ເປັນຕົ້ນ
ການຍ້ອງຍໍ
, ສະເໜີຊັ້ນ, ຜ່ານຊັ້ນການຍົກຍ້າຍ ເຂົ້່າ-ອອກ ການແຕ່ງຕັ້ງສັບຊ້ອນ ມອບໝາຍໜ້າທີ່ ຜ່ານການຈັດຕັ້ງປະຕິບັດສາມາດກວດກາ
ຄັດເລືອກໄດ້ ຜູ້ທີ່ປອດໃສດ້ານການເມືອງ ປະຫວັດການເຄື່ອນໄຫວແຕ່ລະໄລຍະຢ່າງຈະແຈ້ງ, ມີຄວາມສາມາດເຮັດ ສໍາເລັດໜ້າທີ່ການເມືອງ
ຂອງຕົນໄດ້ເປັນຢ່າງດີ, ໄປພ້ອມກັບການລົງຊຸກຍູ້ສ້າງຂະບວນການສ້າງກອງ ປອດໃສ-ປອດໄພ-ປອດຄະດີ ຕິດພັນກັບການກໍ່ສ້າງໜ່ວຍພັກ
ປອດໃສ
, ເຂັ້ມແຂງ, ໜັກແໜ້ນ ແລະ ວຽກງານຮອບດ້ານຢ່າງເປັນຂະບວນການຟົດຟື້ນ ເຮັດໃຫ້ກົມກອງມີຄວາມສະຫງົບໂດຍພື້ນຖານ ແລະ
ສາມາດຕີລາຄາແບ່ງປະເພດຄື: ປະເພດ I ໄດ້ 44 ກົມກອງ, ປະເພດ II ໄດ້ 8 ກົມກອງ, ຜ່ານການຈັດຕັ້ງປະຕິບັດຂະບວນການສ້າງກອງ 3
ປອດ ໄດ້ເຮັດໃຫ້ມີໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຈໍານວນ 114 ໜ່ວຍ, ຈາກນັ້ນ ສະຫາຍ ພັນເອກ ເທບພະພອນ ຫອມດີ ຮອງ
ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການມອບໃບຢັ້ງຢືນກອງປອດໃສ, ປອດໄພ, ປອດຄະດີ. ກົມໃຫຍ່
ເສນາທິການກອງທັບຕົກລົງ
: ມອບໃບຢັ້ງຢືນໃຫ້ບັນດາກົມ, ຫ້ອງການ, ກອງພັນນ້ອຍ, ກອງຮ້ອຍເອກະລາດທີ່ຂຶ້ນກັບ ກົມໃຫຍ່ເສນາທິການ
ປະເພດທີ I ມີ 44 ກົມກອງ ແລະ ປະເພດ II ມີ 8 ກົມກອງ, ໃຫ້ກຽດມອບໃບຢັ້ງຢືນໂດຍ ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ
ພ້ອມທັງຮັບຟັງການໂອ້ລົມ ແລະ ເນັ້ນໜັກຫຼາຍບັນຫາຈາກສະຫາຍປະທານ ອີກດ້ວຍ.

ແຫຼ່ງຂ່າວໂດຍ ພຸດທະວອນ ພົມມະວົງສາ
ວັນທີ 08/02/2024